ກຸ່ມຮາມາສ ຢືນຢັນຈະເດີນໜ້າເຈລາຈາຢຸດຍິງ
ສຳນັກຂ່າວບີບີຊີລາຍງານໃນ ວັນທີ 5 ມີນາ ໃຫ້ຮູ້ວ່າ: ກຸ່ມຮາມາດສອອກມາຢືນຢັນຈະເດີນໜ້າເຈລາຈາ ທີ່ນະຄອນຫຼວງເລີແກ ປະເທດ
ເອຢິບ ເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງ ເຖິງແມ່ນວ່າຝ່າຍ ອິດສະຣາແອນ ຈະບໍ່ເຂົ້າຮ່ວມການເຈລະຈາຄັ້ງດັ່ງກ່າວກໍຕາມ. ຕົວແທນຂອງກຸ່ມຮາມາສ
ລາຍງານວ່າ: ການເຈລະຈາທີ່ນະຄອນຫຼວງເລີແກ ປະເທດເອຢິບ ໄດ້ດຳເນີນມາເປັນວັນທີ 2 ແລ້ວ ເຖິງແມ່ນວ່າຝ່າຍ ອິດສະຣາແອນ ຈະປະຕິ
ເສດການເຂົ້າຮ່ວມເຈລະຈາກໍຕາມ.
ໂດຍຂະນະນີ້, ຕົວແທນຂອງກຸ່ມຮາມາສ, ສະຫະລັດອາເມຣິກາ, ເອຢິບ ແລະ ກາຕ້າ ກຳລັງດຳເນີນການເຈລະຈາ ເປົ້າໝາຍຂອງການເຈລະ
ຈາຄັ້ງດັ່ງກ່າວ ແມ່ນເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງຄັ້ງທຳອິດໃນຮອບ 5 ເດືອນ ທ່າມກາງຄວາມຫວັງຂອງຫຼາຍຝ່າຍວ່າການຢຸດຍິງດັ່ງກ່າວຈະເກີດ
ຂຶ້ນໃນບໍ່ຊ້ານີ້.
ຂ່າວຍັງລະບຸອີກວ່າ: ທາງການຂອງ ອິດສະຣາແອນ ໄດ້ແຈ້ງຕໍ່ຕົວແທນຂອງຄະນະເຈລະຈາຂອງ ເອຢິບ ແລະ ກາຕ້າວ່າ: ອິສະຣາແອນ ຈະ
ຢຸດຕິການເຈລະຈາຢຸດຍິງ ຈົນກວ່າກຸ່ມຮາມາສຈະສົ່ງລາຍຊື່ສະເລີຍເສິກທັງຍັງມີຊີວິດຢູ່ໃນເຂດກາຊາໃຫ້ແກ່ຝ່າຍ ອິດສະຣາແອນ. ນອກນີ້, ອິດ
ສະຣາແອນ ຍັງຕ້ອງການຮັບຄຳຕອບຈາກກຸ່ມຮາມາສກ່ຽວກັບຈຳນວນນັກໂທດຂອງ ປາແລັດສະຕິນ ທີ່ ຮາມາສ ຕ້ອງປ່ອຍໂຕຕາມຂໍ້ຕົກລົງແລກ
ປ່ຽນສະເລີຍເສິກກັບ ອິດສະຣາແອນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/03/2024